ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ເຂົ້າ​ຫວຽດນາມ​ເພີ່ມ​ຂຶ້ນ 14,7%

     ສໍານັກຂ່າວຫວຽດນາມ ລາຍງານ ວັນທີ 23 ພະຈິກ ນີ້, ທະນາຄານໂລກ (WB) ປະຈຳຫວຽດນາມ ເປີດເຜີຍໃຫ້ຮູ້ວ່າ: ໃນ 10
ເດືອນຂອງປີ 2023 ສສ ຫວຽດນາມ ສາມາດດຶງດູດການລົງທຶນຈາກຕ່າງປະເທດ (FDI) ບັນລຸ 25,7 ຕື້ໂດລາ ເພີ່ມຂຶ້ນ 14,7%
ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຍ້ອນຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນຈາກຕ່າງປະເທດ ທີ່ມີຕໍ່ຄວາມສະຖຽນ
ລະພາບ ແລະ ການເປີດປະຕູຂອງ ສສ ຫວຽດນາມ.

     ຂະແໜງອຸດສາຫະກຳສືບຕໍ່ແມ່ນຂົງເຂດທີ່ດຶງດູດ FDI ຕົ້ນຕໍເຂົ້າ ຫວຽດນາມ ແລະ ຂົງເຂດນີ້ກໍຍັງສືບຕໍ່ໄດ້ຮັບການປັບປຸງຂຶ້ນ
ເລື້ອຍໆ. ດັດຊະນີຜະລິດອຸດສາຫະກຳ(IIP) ໃນແຕ່ລະເດືອນເລີ່ມເຕີບໂຕເປັນບວກນັບແຕ່ ເດືອນ ເມສາ ທີ່ຜ່ານມາ, ສ່ວນລະດັບ
ການເຕີບໂຕຂອງການຂາຍຍ່ອຍ ເດືອນ ຕຸລາ ເພີ່ມຂຶ້ນ 0,01% ເມື່ອທຽບໃສ່ເດືອນກັນຍາ. ການສົ່ງອອກ-ນຳເຂົ້າສິນຄ້າຂອງ ເດືອນ
ຕຸລາ ສືບຕໍ່ຟື້ນຟູ ເພື່ອແນໃສ່ຕອບສະໜອງຄວາມຕ້ອງການພາຍນອກ, ທຽບກັບການເພີ່ມຂຶ້ນແມ່ນ 1,6% ໃນເດືອນ ກັນຍາ ຜ່ານມາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 28/11/2023